Jump to content

ວັນນະຄະດີ

ຈາກ ວິກິພີເດຍ


ວັນນະຄະດີ ( ວັນ + ຄດີ )

ວັນ ອອກສຽງ ເປັນ ວັນນະ ຕາມເຄົ້າເດີມ ທີ່ສາມາດ ປ່ຽນສຽງ ເປັນ ວັນໂນ ວັນນັງ ວັນເນ...ດັ່ງຄໍາອວຍພອນ ວ່າ ອາຍຸ ວັນໂນ ສຸຂຂັງ ພລັງ ເປັນຕົ້ນ

ຄດີ ອອກສຽງ ເປັນ ຄະດີ ມີຄວາມໝາຍວ່າ ເລື້ອງ ເລື້ອງໄດ ເລື້ອງນື່ງ ທີ່ເກີດຂື້ນ


ຄຳເຄົ້າ: ວັນຄດີ[1], ພາສາອັງກິດ: Literature) ແມ່ນ ສິ່ງທີ່ແຕ່ງ, ຂີດຂຽນຂຶ້ນ ຈາກ ຄວາມຄຶດ, ຈິນຕະນາການ ຫລື ອີງໃສ່ຄວາມເປັນຈິງ. ມັນມີ ທັງ ບັນທຶກໄວ້ ໂດຍໂຕໜັງສື ແລະ ທີ່ ບອກເລົ່າປາກຕໍ່ປາກ ໂດຍ ສະເພາະໃນ ສັງຄົມທີ່ ລະບົບການຂີດຂຽນ ຍັງບໍ່ພັດທະນາ ຫຼື ບໍ່ແຜ່ຫຼາຍເທື່ອ. ຕົວຢ່າງ ຂອງ ວັນນະຄະດີ ມີ ທັງ ນິທານ, ຕຳນານ, ກາບກອນ ເຫຼົ່ານີ້ເປັນຕົ້ນ.

ຄຳວ່າ " ວັນນະຄະດີ " ແມ່ນຄຳສະໝາດໃນພາສາປາລີ ເຊິ່ງມາຈາກຄຳວ່າ ວັນນະ+ຄະຕິ, "ວັນນະ" ແປວ່າ ເພັດ,ສີສັນ,ຕົວອັກສອນ,ຫນັງສື. ສ່ວນຄຳວ່າ "ຄະຕິ" ຫລື "ຄະດີ" ແປວ່າ ການໄປ, ການຫຍັບຍ້າຍ,ທາງ,ວິທີ,ແບບແຜນ,ເລື່ອງ. ເມື່ອໂຮມ ວັນນະ ກັບ ຄະຕິ ເຂົ້າກັນເປັນ ວັນນະຄະຕິ ຫລື ວັນນະຄະດີ.

ອ້າງອີງ

[ດັດແກ້]
  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.