Jump to content

ພາສາລາວ

ຈາກ ວິກິພີເດຍ
ພາສາລາວ
ອອກສຽງpʰáː.sǎː láːw
ປະເທດທີ່ມີການເວົ້າລາວ
ໄທ (ພາກອີສານ)
ກຳປູເຈຍ (ສະຕຶງແຕຣງ (ຊຽງແຕງ), ພຣະວິຫານ ແລະຣັດຕະນະຄີຣີ)
ຊົນເຜົ່າຊາວລາວ
ຊາວອີສານ
ຈຳນວນຜູ້ເວົ້າ30 ລ້ານຄົນ[1]  (ບໍ່ພົບວັນທີ)
ຕະກຸນພາສາ
ພາສາຖິ່ນ
ລາວເໜືອ (ລາວຫຼວງພະບາງ)
ລາວຕາເວັນຕົກສຽງເໜືອ
ລາວກາງ (ພວນ)
ລາວໃຕ້
ລາວຕາເວັນຕົກ
ລະບົບການຂຽນອັກສອນລາວໃນປະເທດລາວ
ອັກສອນໄທໃນປະເທດໄທ
ອັກສອນນູນລາວ ແລະ ໄທ
ສະຖານະພາບທາງການ
ພາສາທາງການທຸງຊາດຂອງປະເທດລາວ ລາວ
ທຸງຊາດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ອາຊຽນ[2]
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນທຸງຊາດຂອງໄທ ໄທ
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ
ຜູ້ວາງລະບຽບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການແລະກິລາ
ແລະ
ສະຖາບັນວິທະຍາສາດສັງຄົມ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ
ລະຫັດພາສາ
ISO 639-1lo
ISO 639-2lao
ISO 639-3lao
ຜູ້ເວົ້າພາສາລາວ

ພາສາລາວ ແມ່ນພາສາຕະກຸນໄຕ-ກະໄດຂອງຄົນລາວ ໂດຍມີຄົນເວົ້າໃນປະເທດລາວ ເຊິ່ງເປັນພາສາລັດຖະການຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງປະຊາກອນປະມານ 7 ລ້ານຄົນ ແລະ ໃນພື້ນທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທທີ່ມີຄົນເວົ້າປະມານ 23 ລ້ານຄົນ ທາງລັດຖະບານປະເທດໄທມີການສະໜັບສະໜູນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາລາວຖິ່ນອີສານ ນອກຈາກນີ້, ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍກໍມີຄົນເວົ້າພາສາລາວຄືກັນ. ພາສາລາວເປັນແມ່ຂອງຄົນເຊື້ອຊາດລາວທັງຢູ່ພາຍໃນແລະຕ່າງປະເທດ ທັງເປັນພາສາກາງຂອງພົນລະເມືອງໃນປະເທດລາວທີ່ມີພາສາອື່ນອີກຫຼາຍພາສາ ເຊິ່ງບາງພາສາບໍ່ມີຄວາມກ່ຽວຂ້ອງກັບພາສານີ້[3] .

ພາສາລາວເປັນພາສາທີ່ມີວັນນະຍຸດແລະແຍກໜ່ວຍຄໍາຄືກັບພາສາຕະກຸນໄຕ-ກະໄດອື່ນ ໆ ແລະພາສາຈີນກັບພາສາຫວຽດນາມ[4] ພາສານີ້ສາມາດເຂົ້າໃຈກັນລະຫວ່າງກັບພາສາລາວ ແລະ ພາສາໄທ ເຊິ່ງຢູ່ໃນພາສາໄຕຕາເວັນຕົກສຽງໃຕ້ຄືກັນ ພາສາເຫຼົ່ານີ້ຂຽນດ້ວຍຕົວອັກສອນທີ່ຄ້າຍຄືກັນ ພ້ອມກັບພາສາກໍມີຄວາມໃກ້ຄຽງກັນ ແລະ ກໍ່ໃຫ້ເກີດຄວາມຕໍ່ເນື່ອງຂອງພາສາ[5]

ພາສາລາວສືບທອດມາຈາກພາສາຕະກຸນໄຕ-ກະໄດ ຢູ່ພາກໃຕ້ຂອງປະເທດຈີນ ​ເຊິ່ງເປັນຈຸດເດີມຂອງຫຼາຍພາສາໃນຕະກຸນນີ້ທີ່ຍັງຖືກໃຊ້ ແລະ ຖືກເວົ້າຢູ່ໂດຍຫຼາຍຊົນເຜົ່າໃນປັດຈຸບັນ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກຮຸກຮານຂອງຊາວມົງໂກລີ ແລະ ການປູກຝັງທຳມາຫາກິນ, ຄົນໄຕ (ໄທ) ໄດ້ຍົກຍ້າຍລົງມາທາງໃຕ້ກະຈາຍໄປຕາມແຫຼ່ງທໍາມາຫາກິນທີ່ເໝາະສົມກັບຕົນ. ການອົບພະຍົບຂອງຊາວໄຕກໍໄດ້ມີກ່າວໄວ້ໃນພື້ນຂຸນບູຣົມ.

ເຖິງແມ່ນວ່າພາສາລາວຍັງບໍ່ມີສໍານຽງມາຕະຖານຢ່າງເປັນທາງການກໍຕາມ ແຕ່ໃນຊ່ວງຫຼັງຂອງຄຣິດສະຕະວັດທີ 20 ສໍານຽງວຽງຈັນກາຍເປັນສໍານຽງມາຕະຖານເນື່ອງຈາກຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນແລະຊາວລາວກໍສາມາດສື່ສານ ແລະ ເຂົ້າໃຈໄດ້.

ສໍານຽງທ້ອງຖິ່ນ

[ດັດແກ້]

ສໍານຽງທ້ອງຖິ່ນຂອງພາສາລາວສາມາດແບ່ງໄດ້ 6 ສຳນຽງໃຫຍ່ ຄື

ສໍານຽງ ຂອບເຂດທີ່ມີການນໍາໃຊ້
ລາວວຽງຈັນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄຳໄຊ; ຈັງຫວັດໄຊຍະພູມ, ຈັງຫວັດໜອງຄາຍ, ຈັງຫວັດບຶງການ, ຈັງຫວັດໜອງບົວລຳພູ ແລະບາງສ່ວນຂອງຈັງຫວັດຂອນແກ່ນ, ຈັງຫວັດອຸດອນທານີ, ຈັງຫວັດກາລະສິນ
ລາວເໜືອ ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ; ຈັງຫວັດເລີຍ ແລະບາງສ່ວນຂອງຈັງຫວັດອຸຕະລະດິດ, ຈັງຫວັດພິສະນຸໂລກ , ຈັງຫວັດເພັດຊະບູນ, ຈັງຫວັດຂອນແກ່ນ, ຈັງຫວັດໄຊຍະພູມ, ຈັງຫວັດໜອງຄາຍ, ຈັງຫວັດອຸດອນທານີ
ລາວຕາເວັນອອກສຽງເໜືອ ແຂວງຊຽງຂວາງ, ແຂວງຫົວພັນ; ບາງສ່ວນຂອງຈັງຫວັດອຸດອນທານີ, ຈັງຫວັດສະກົນນະຄອນ
ລາວກາງ ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ; ຈັງຫວັດສະກົນນະຄອນ, ຈັງຫວັດນະຄອນພະນົມ, ຈັງຫວັດມຸກດາຫານ ແລະບາງສ່ວນຂອງຈັງຫວັດບຶງການ
ລາວໃຕ້ ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື; ຈັງຫວັດອຸບົນລາຊະທານີ, ຈັງຫວັດສີສະເກດ, ຈັງຫວັດຍະໂສທອນ, ຈັງຫວັດອຳນາດຈະເຣີນ ແລະບາງສ່ວນຂອງຈັງຫວັດສຸຣິນ)
ລາວຮ້ອຍເອັດ (ບໍ່ມີໃຊ້ໃນລາວ); ຈັງຫວັດຮ້ອຍເອັດ, ຈັງຫວັດຂອນແກ່ນ, ຈັງຫວັດມະຫາສາຣະຄາມ, ຈັງຫວັດກາລະສິນ, ຈັງຫວັດອຸດອນທານີ, ຈັງຫວັດບຸຣີຣຳ ແລະບາງສ່ວນຂອງຈັງຫວັດໜອງຄາຍ, ຈັງຫວັດສຸຣິນ, ຈັງຫວັດນະຄອນຣາຊະສີມາ

ລະບົບສຽງ

[ດັດແກ້]

ເບິ່ງຕື່ມຢູ່ ລະບົບສຽງພາສາລາວ

ພະຍັນຊະນະ

[ດັດແກ້]

ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ

  ຮິມປາກ
ທັງສອງ
ຮິມປາກລຸ່ມ
-ແຂ້ວເທິງ
ປຸ່ມເຫງືອກ ປຸ່ມເຫງືອກ
-ເພດານແຂງ
ເພດານແຂງ ເພດານອ່ອນ ຜະໜັງຄໍ
ສຽງກັກ /p/
/pʰ/
ຜ, ພ
/b/
/t/
/tʰ/
ຖ, ທ
/d/
/k/
/kʰ/
ຂ, ຄ
/ʔ/
*
ສຽງນາສິກ /m/
ໝ, ມ
/n/
ໜ, ນ
/ɲ/
ຫຍ, ຍ
/ŋ/
ຫງ, ງ
ສຽງສຽດແຊກ /f/
ຝ, ຟ
/s/
ສ, ຊ
/h/
ຫ, ຮ
ສຽງປະສົມສຽດແຊກ /t͡ɕ/
ສຽງລົວລີ້ນ /r/
ສຽງເປີດ /j/
/w/
ຫວ, ວ
ສຽງຂ້າງລີ້ນ /l/
ຫຼ, ລ
* ສຽງ /ʔ/ ມີປາກົດຢູ່ໃນຄຳທີ່ມີສະຫຼະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ

ສະຫຼະ

[ດັດແກ້]

ສຽງສະຫຼະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະຫຼະດ່ຽວ ສະຫຼະປະສົມ ແລະສະຫຼະເກີນ. ສະກົດດ້ວຍຮູບສະຫຼະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະຫຼະດ່ຽວ ຫຼື ສະຫຼະແທ້ ແມ່ນສະຫຼະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ.

ສະຫຼະດ່ຽວ

[ດັດແກ້]
  ລີ້ນສ່ວນໜ້າ ລີ້ນສ່ວນຫຼັງ
ປາກຢຽດ ປາກຢຽດ ປາກຫໍ່
ສັ້ນ ຍາວ ສັ້ນ ຍາວ ສັ້ນ ຍາວ
ລີ້ນຍໍສູງ /i/
xິ
/iː/
xີ
/ɯ/
xຶ
/ɯː/
xື
/u/
xຸ
/uː/
xູ
ລີ້ນເຄິ່ງສູງ /e/
ເxະ, ເxັx
/eː/
ເx
/ɤ/
ເxິ
/ɤː/
ເxີ
/o/
ໂxະ, xົx
/oː/
ໂx
ລີ້ນເຄິ່ງຕ່ຳ /ɛ/
ແxະ, ແxັx
/ɛː/
ແx
/ɔ/
ເxາະ, xັອx
/ɔː/
xໍ, xອx
ລີ້ນຫຼຸດຕ່ຳ /a/
xະ, xັx
/aː/
xາ

ສະຫຼະປະສົມ

[ດັດແກ້]

ສະຫຼະປະສົມ ແມ່ນສະຫຼະທີ່ເກີດຈາກສະຫຼະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະຫຼະປ່ຽນບ່ອນ" ມີ 3 ສຽງດັ່ງນີ້.

  • ເxຍ /ia/ (ມີຕົວສະກົດ: xຽx) ປະສົມຈາກສະຫຼະ ອີ ແລະ ອາ
  • ເxືອ /ɯa/ ປະສົມຈາກສະຫຼະ ອື ແລະ ອາ
  • xົວ /ua/ (ມີຕົວສະກົດ: xວx) ປະສົມຈາກສະຫຼະ ອູ ແລະ ອາ

ວັນນະຍຸດ

[ດັດແກ້]

ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້.[6] ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.

ຊື່ ສັນຍະລັກໃຊ້ນຳ /e/ ເສັ້ນສະແດງຮູບຮ່າງສຽງວັນນະຍຸດ ໂຕຢ່າງ
ອັກສອນລາວ ສັດທະອັກສອນສາກົນ
ຈາກຕ່ຳໄປສູງ ě 24 ຫຼື 214 ຂາ /kʰǎː/
ສູງ é 4 ຄາ /kʰáː/
ຈາກສູງໄປຕ່ຳ ê 53 ຄ້າ /kʰâː/
ກາງ ē 3 ຄ່າ, ຂ່າ /kʰāː/
ຕ່ຳ è 1 ກາ /kàː/
ຈາກກາງໄປຕ່ຳ e᷆ 31 ຂ້າ /kʰa᷆ː/

ໄວຍາກອນ

[ດັດແກ້]

ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ

  • ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ (subject-verb-object) ເຊັ່ນ: ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ, ເວົ້າ ເປັນຄຳກຳມະ, ແລະ ພາສາລາວ ເປັນຄຳປະກອບ. ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ.
  • ບໍ່ມີການບົ່ງບອກການ (tense) ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ: I go (ຂ້ອຍໄປ), I went (ຂ້ອຍໄປແລ້ວ), I have gone (ຂ້ອຍໄດ້ໄປແລ້ວ).
  • ບໍ່ມີເພດໄວຍາກອນ (grammatical gender) ເຊັ່ນ ພາສາຝະຫຼັ່ງ le chien (ໝາຜູ້), la chienne (ໝາແມ່).

ລະບົບການຂຽນ

[ດັດແກ້]
ປື້ມແບບຮຽນກ່ຽວກັບຕົວອັກສອນລາວ

ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ.

ຄຳສັບ

[ດັດແກ້]

ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາບາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ.

ຕົວຢ່າງ ແຫຼ່ງຢືມ
ນ້ຳ (ຄຳລາວແທ້) < ລາວບູຮານ *nam.C
ຟ້າ (ຄຳລາວແທ້) < ລາວບູຮານ *va.C
ສາສະໜາ < ພາສາບາລີ sāsanā
ພາສາ < ພາສາບາລີ bhāsā
ສະຫຼາມ < ພາສາຂະເໝນບູຮານ chlaam
ຊຳນານ < ພາສາຂະເໝນບູຮານ jamnaan
ກະແລັມ < ພາສາຝະລັ່ງ crème glacée
ແວງ < ພາສາຝະລັ່ງ vin
ຄຸກກີ້ < ພາສາອັງກິດ cookie

ອ້າງອີງ

[ດັດແກ້]
  1. "Lao (Laotien)". Inalco. 20 January 2017. Archived from the original on 5 December 2018. Retrieved 17 October 2018.
  2. "Languages of ASEAN". Archived from the original on 5 May 2019. Retrieved 7 August 2017.
  3. "Lao". About World Languages. Archived from the original on 2017-12-27. Retrieved 2016-05-25.
  4. "Lao". Ethnologue (in ອັງກິດ). Archived from the original on 2020-11-27. Retrieved 2020-12-19.
  5. "Ausbau and Abstand languages". Ccat.sas.upenn.edu. 1995-01-20. Archived from the original on 2012-10-17. Retrieved 2012-07-08.
  6. Blaine Erickson, 2001. "On the Origins of Labialized Consonants in Lao". Analysis based on T. Hoshino and R. Marcus (1981). Lao for Beginners: An Introduction to the Spoken and Written Language of Laos. Rutland/Tokyo: Tuttle. Accessed 2009-12-19.

ອ່ານຕື່ມ

[ດັດແກ້]
  • ANSI Z39.35-1979, System for the Romanization of Lao, Khmer, and Pali; ISBN 0-88738-968-6.
  • Hoshino, Tatsuo and Marcus, Russel. (1989). Lao for Beginners: An Introduction to the Spoken and Written Language of Laos. Tuttle Publishing. ISBN 0-8048-1629-8.
  • Enfield, N. J. (2007). A Grammar of Lao. Mouton de Gruyter Publishers. ISBN 3-11-018588-1.
  • Cummings, Joe. (2002). Lao Phrasebook: A Language Survival Kit. Lonely Planet. ISBN 1-74059-168-2.
  • Mollerup, Asger. Thai–Isan–Lao Phrasebook. White Lotus, Bangkok, 2001. ISBN 974-7534-88-6.
  • Kerr, Allen. (1994). Lao–English Dictionary. White Lotus. ISBN 974-8495-69-8.
  • Simmala, Buasawan and Benjawan Poomsan Becker (2003), Lao for Beginners. Paiboon Publishing. ISBN 1-887521-28-3

ແຫຼ່ງຂໍ້ມູນອື່ນ

[ດັດແກ້]